ຫນ້າທີ່ຂອງ ພະແນກສັງລວມ
1. ປະຕິບັດນະໂຍບາຍ, ຍຸດທະສາດ, ກົດຫມາຍ ແລະ ນິຕິກໍລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະກົມວາງອອກ ໃຫ້ໄດ້ຮັບຜົນດີ;
2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນຫນ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
3. ສ້າງແຜນຍຸດທະສາດ, ແຜນການ, ແຜນງານ, ໂຄງການ ແລະ ແຜນງົບປະມານສໍາລັບວຽກງານອຸຕຸນິຍົມ,ອຸຕຸກະເສດ, ອຸຕຸການບິນ, ອຸທົກກະສາດ, ແຜ່ນດິນໄຫວ ແລະ ເຕືອນໄພລ່ວງຫນ້າແຕ່ລະໄລຍະ, ຊຸກຍູ້, ຕິດ ຕາມກວດກາ, ຕີລາຄາປະເມີນຜົນ, ສະຫຼຸບລາຍງານການຈັດຕັ້ງປະຕິບັດໂຄງການ ຂອງບັນດາພະແນກອ້ອມຂ້າງກົມ;
4. ປະສານສົມທົບກັບບັນດາຂະແຫນງການ ແລະ ອົງການປົກຄອງທ້ອງຖິ່ນ ແລະ ຄູ່ຮ່ວມພັດທະນາ;
5. ປະສານສົມທົບວຽກງານຈັດຕັ້ງ-ພະນັກງານ ກັບທຸກພະແນກພາຍໃນກົມ;
6. ຄຸ້ມຄອງວຽກງານຂາເຂົ້າ-ຂາອອກ, ແຈກຢາຍ, ເກັບມ້ຽນຮັກສາເອກະສານຕ່າງໆ, ຕາປະທັບ, ວຽກງານເລຂານຸການ, ພິທີການ, ຫໍສະຫມຸດອຸຕຸນິຍົມ ແລະ ອຸທົກກະສາດ ແລະ ຄົ້ນຄ້ວາເອກະສານ, ຮ່າງເອກະສານ, - ຫນັງສືເຊີນ, ຫນັງສືສະເຫນີ, ຂໍ້ຕົກລົງ, ແຈ້ງການ ແລະ ກວດກາຄວາມຖືກຕ້ອງຕ່າງໆຂອງເອກະສານ;
7. ຄຸ້ມຄອງການນໍາໃຊ້ງົບປະມານ, ຄັງເງີນເດືອນ, ລາຍຮັບ, ລາຍຈ່າຍຂອງກົມ ພ້ອມທັງສະຫຼຸບລາຍງານຕາມລະບຽບການ;
8. ຂື້ນບັນຊີ ແລະ ຄຸ້ມຄອງພະນັກງານລັດຖະກອນພາຍໃນກົມ ເຊັ່ນ: ເກັບກໍາຊີຫວະປະຫວັດ, ສະເຫນີຂັ້ນເທິງ ເລື່ອນຊັ້ນ, ເລື່ອນຊັ້ນເງິນເດືອນ ພ້ອມທັງຂຶ້ນບັນຊີ, ຄຸ້ມຄອງ, ຕິດຕາມກວດກາການນໍາໃຊ້ຊັບສົມບັດ,ພາຫານະ ແລະ ວັດຖຸອຸປະກອນສ່ວນລວມ;
9. ປະສານສົມທົບກັບບັນດາພະແນກພາຍໃນກົມ ກ່ຽວກັບການຮ່າງກົດຫມາຍ, ດໍາລັດ, ຂໍ້ກໍານົດ, ຄໍາແນະນໍາ, ລະບຽບການຄຸ້ມຄອງກ່ຽວກັບວຽກງານອຸຕຸນິຍົມ, ອຸທົກກະສາດ, ແຜ່ນດິນໄຫວ ແລະ ເຕືອນໄພລ່ວງຫນ້າ;
10. ພົວພັນ, ຮ່ວມມື, ຍາດແຍ່ງການຊ່ວຍເຫຼືອຈາກພາຍໃນ, ຕ່າງປະເທດ ແລະ ຄູ່ຮ່ວມພັດທະນາ;
11. ສະຫຼຸບການເຄື່ອນໄຫວວຽກງານຂອງກົມປະຈໍາອາທິດ, 1 ເດືອນ, 3 ເດືອນ, 6 ເດືອນ, ປະຈໍາປີ ແລະ 5 ປີ;
12. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການຈັດກອງປະຊຸມ, ສໍາມະນາ, ຮັກສາຄວາມສະອາດ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ພາຍໃນກົມ;
13. ຄຸ້ມຄອງການຝຶກອົບຮົມວິຊາການອຸຕຸນິຍົມ ແລະ ອຸທົກກະສາດ ທັງພາຍໃນ ແລະ ຕ່າງປະເທດ ເປັນແຕ່ລະ - ໄລຍະ ລວມທັງຄຸ້ມຄອງນັກສຶກສາ ແລະ ນັກສໍາມະນາກອນ;
14. ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າກົມ