ຫນ້າທີ່ຂອງ ພະແນກພູມອາກາດ ແລະ ອຸຕຸກະເສດ
1. ປະຕິບັດນະໂຍບາຍ,ຍຸດທະສາດ, ກົດຫມາຍ ແລະ ນິຕິກໍລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະ ກົມວາງອອກ ໃຫ້ໄດ້ຮັບຜົນດີ;
2. ຫັນເອົາແຜນການ,ແຜນງານ ແລະ ໂຄງການຂອງກົມ ມາເປັນຫນ້າວຽກລະອຽດຂອງພະແນກຕົນ ພ້ອມທັງ - ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
3. ສັງລວມ, ກວດກາ, ຄຸ້ມຄອງຖານຂໍ້ມູນອຸຕຸນິຍົມ ແລະ ອຸທົກກະສາດ ເພື່ອວິໄຈ ແລະບໍລິການໃຫ້ຜູ້ຊົມໃຊ້;4. ນໍາໃຊ້ຮູບແບບຈໍາລອງ ເພື່ອສ້າງແຜນທີ່ພູມອາກາດ, ອຸທົກກະສາດ ແລະ ແບ່ງເຂດພູມອາກາດ;
5. ສ້າງ ແລະ ຈັດພິມວາລະສານຂໍ້ມູນປະຈໍາປີ ແລະ ຫຼາຍປີດ້ານອຸຕຸນິຍົມ, ອຸທົກກະສາດ ແລະແຜ່ນດິນໄຫວ;
6. ເກັບກໍາ ແລະ ວິໄຈຂໍ້ມູນອຸຕຸກະເສດ ເພື່ອຮັບໃຊ້ໃຫ້ແກ່ວຽກງານກະສິກໍາ;
7. ສ້າງຕັ້ງ, ຄຸ້ມຄອງ, ນໍາໃຊ້ ແລະ ບໍາລຸງຮັກສາຫ້ອງວິໄຈອຸຕຸກະເສດ;
8. ສ້າງລະບຽບການ ແລະ ຄູ່ມືກ່ຽວກັບພູມອາກາດ ແລະ ຄູ່ມືກ່ຽວກັບອຸຕຸກະເສດ;
9. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມຄອງຂອງພະແນກຕົນ ເພື່ອສະກັດກັ້ນປາກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ;
10. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງພະແນກຕົນ ຕໍ່ຫົວຫນ້າກົມ ເປັນແຕ່ລະໄລຍະ;
11. ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າກົມ.