ຫນ້າທີ່ຂອງ ພະແນກອຸທົກກະສາດ
1. ປະຕິບັດນະໂຍບາຍ,ຍຸດທະສາດ, ກົດຫມາຍ ແລະ ນິຕິກໍລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະກົມວາງອອກ ໃຫ້ໄດ້ຮັບຜົນດີ;
2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນຫນ້າວຽກລະອຽດຂອງພະແນກຕົນ ພ້ອມທັງ
ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
3. ສໍາຫຼວດ, ກໍ່ສ້າງ, ຕິດຕັ້ງ, ປັບປຸງ ແລະ ຂະຫຍາຍສະຖານີອຸທົກກະສາດ;
4. ຄຸ້ມຄອງ, ນໍາໃຊ້, ບໍາລຸງຮັກສາ ແລະ ສອບທຽບ ເຄື່ອງອຸປະກອນວັດແທກອຸທົກກະສາດ;
5. ສໍາຫຼວດຂື້ນບັນຊີສະຖານີອຸທົກກະສາດ, ລະບົບສາຍນ້ໍາພ້ອມວັດແທກ ແລະວິໄຈຂໍ້ມູນອຸທົກກະສາດຕາມສາຍນ້ໍາຕ່າງໆໃນທົ່ວປະເທດ;
6. ເກັບກໍາຂໍ້ມູນອຸທົກກະສາດ: ລະດັບນ້ໍາ, ປະລິມານນ້ໍາໄຫຼ ແລະ ປັດໄຈອື່ນໆ ລວມທັງການເກັບຕົວຢ່າງນ້ໍາ ແລະ ການຕົກຕະກອນນ້ໍາ;
7. ຕິດຕາມ ແລະ ສັງລວມຂໍ້ມູນຈາກສະຖານີອຸທົກກະສາດ ໃນຂອບເຂດທົ່ວປະເທດ;
8. ຄົ້ນຄວ້າ, ວິໄຈສະພາບອຸທົກກະສາດ, ພະຍາກອນລະດັບນ້ໍາ ແລະ ປະລິມານນ້ໍາໄຫຼ;
9. ສົມທົບກັບພາກສ່ວນກ່ຽວຂ້ອງ, ຕິດຕາມ ແລະ ລາຍງານສະພາບອຸທົກກະສາດຫນ້າເຂື່ອນ,ໃຕ້ເຂື່ອນເພື່ອການຄຸ້ມຄອງເຂື່ອນໄຟຟ້ານ້ໍາຕົກ, ເຫມືອງຝາຍຊົນລະປະທານ ແລະ ຄົມມະນາຄົມທາງນ້ໍາ;
10. ແລກປ່ຽນຂໍ້ມູນອຸທົກກະສາດກັບບັນດາອົງການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລວມທັງສູນຄຸ້ມຄອງ
ນ້ໍາຖ້ວມ ຂອງຄະນະກໍາມາທິການແມ່ນ້ໍາຂອງສາກົນ;
11. ຄຸ້ມຄອງ, ນໍາໃຊ້, ບໍາລຸງຮັກສາຫ້ອງວິໄຈຂໍ້ມູນອຸທົກກະສາດ ແລະ ນໍາໃຊ້ແບບຈໍາລອງອຸທົກກະສາດ;
12. ສ້າງລະບຽບການ ແລະ ເອກະສານຄູ່ມືດ້ານອຸທົກກະສາດ;
13. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມ ຄອງຂອງພະແນກຕົນ
ເພື່ອສະກັດກັ້ນປາກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ;
14. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ ແລະ ສະຫຼຸບລາຍງານ
ການເຄື່ອນໄຫວວຽກງານຂອງພະແນກຕົນ ຕໍ່ຫົວຫນ້າກົມ ເປັນແຕ່ລະໄລຍະ;
15. ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າ ກົມ