ຫນ້າທີ່ຂອງ ພະແນກຕາຫນ່າງອຸຕຸນິຍົມ ແລະ ແຜ່ນດິນໄຫວ
1. ປະຕິບັດນະໂຍບາຍ,ຍຸດທະສາດ, ກົດຫມາຍ ແລະ ນິຕິກໍລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະ ກົມວາງອອກ ໃຫ້ໄດ້ຮັບຜົນດີ;
2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນຫນ້າວຽກລະອຽດຂອງພະແນກຕົນ ພ້ອມທັງ - ຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
3. ສໍາຫຼວດ, ປັບປຸງ, ຂະຫຍາຍຕາຫນ່າງສະຖານີ ແລະ ລະບົບເຄືອຂ່າຍແລກປ່ຽນຂໍ້ມູນອຸຕຸນິຍົມ ແລະແຜ່ນດິນໄຫວ;
4. ຕິດຕັ້ງ, ຄຸ້ມຄອງ, ກວດກາ, ສ້ອມແປງ, ບໍາລຸງຮັກສາ, ສອບທຽບອຸປະກອນວັດແທກ ແລະ ເຄື່ອງມືອຸຕຸ - ນິຍົມ, ແຜ່ນດິນໄຫວ ແລະ ອຸປະກອນສື່ສານ;
5. ຄົ້ນຄວ້າ, ຜະລິດອຸປະກອນວັດແທກອຸຕຸນິຍົມ ແລະ ອຸທົກກະສາດ;
6. ຄຸ້ມຄອງ, ນໍາໃຊ້, ບູລະນະຮັກສາສະຖານີຣາດາ, ດາວທຽມອຸຕຸນິຍົມ ແລະ ສະຖານີແຜ່ນດິນໄຫວ;
7. ແລກປ່ຽນ, ສັງລວມ, ວິໄຈ ແລະ ແຈ້ງການຂໍ້ມູນແຜ່ນດິນໄຫວພາຍໃນ ແລະ ຕ່າງປະເທດ;
8. ສ້າງລະບຽບການ ແລະ ເອກະສານຄູ່ມືຄຸ້ມຄອງນໍາໃຊ້ອຸປະກອນວັດແທກອຸຕຸນິຍົມ ແລະ ແຜ່ນດິນໄຫວ;
9. ສ້າງແຜນແລະຄຸ້ມຄອງ ກ່ຽວກັບລະບົບວິທະຍາສາດຂ່າວສານ (ໄອທີ) ຂອງກົມ;
10. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມ ຄອງຂອງພະແນກຕົນ
ເພື່ອສະກັດກັ້ນປາກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ;
11. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ແລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ
ແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງພະແນກຕົນ ຕໍ່ຫົວຫນ້າກົມ ເປັນແຕ່ລະໄລຍະ;
12. ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າກົມ