ຫນ້າທີ່ຂອງ ພະແນກພະຍາກອນອາກາດ ແລະ ແຈ້ງເຕືອນໄພ
1. ປະຕິບັດນະໂຍບາຍ,ຍຸດທະສາດ, ກົດຫມາຍ ແລະ ນິຕິກໍລຸ່ມກົດຫມາຍຂອງລັດຖະບານ, ກະຊວງ ແລະກົມວາງອອກ ໃຫ້ໄດ້ຮັບຜົນດີ;
2. ຫັນເອົາແຜນການ, ແຜນງານ ແລະ ໂຄງການຂອງກົມ ມາເປັນຫນ້າວຽກລະອຽດຂອງພະແນກຕົນ ພ້ອມທັງຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນສູງ;
3. ສື່ສານແລກປ່ຽນຂໍ້ມູນ ແລະ ສານອຸຕຸນິຍົມທັງພາຍໃນປະເທດແລະຕ່າງປະເທດ;
4. ຕິດຕາມ, ວິໄຈສະພາບການປ່ຽນແປງລົມຟ້າອາກາດ ດ້ວຍການນໍາໃຊ້ຣາດາ ແລະ ດາວທຽມອຸຕຸນິຍົມ;
5. ແຕ້ມ, ວິໄຈແຜນທີ່ອາກາດຜິວພື້ນ ແລະ ແຜນທີ່ອາກາດຍ່ານສູງ;
6. ພະຍາກອນອາກາດລະດູການ, ໄລຍະຍາວ, ໄລຍະກາງ, ໄລຍະສັ້ນ;
7. ອອກຂ່າວພະຍາກອນອາກາດ ແລະ ລະດັບນ້ໍາສົ່ງ ໃຫ້ບັນດາການຈັດຕັ້ງທີ່ກ່ຽວຂ້ອງ ແລະ ສັງຄົມຜ່ານສື່
ມວນຊົນ ແລະ ເວບໄຊເປັນປົກກະຕິ;
8. ແຈ້ງເຕືອນໄພລ່ວງຫນ້າ ແລະ ເຕືອນໄພສຸກເສີນ ກ່ຽວກັບສະພາບອາກາດຮ້າຍແຮງ, ນ້ໍາຖ້ວມ, ແຫ້ງແລ້ງ ແລະ ດິນເຈື່ອນ;
9. ສ້າງລະບຽບການ ແລະ ເອກະສານຄູ່ມື ດ້ານການສື່ສານຂໍ້ມູນອຸຕຸນິຍົມ, ພະຍາກອນອາກາດ ແລະ ການແຈ້ງ ເຕືອນໄພທໍາມະຊາດ;
10. ຕິດຕາມການປະຕິບັດສິດ, ຫນ້າທີ່ ແລະ ຄວາມຮັບຜິດຊອບຂອງພະນັກງານ-ລັດຖະກອນ ທີ່ຂຶ້ນກັບສິດຄຸ້ມ
ຄອງຂອງພະແນກຕົນ ເພື່ອສະກັດກັ້ນປາກົດການລະເມີດມະຕິ, ຄໍາສັ່ງ, ກົດຫມາຍ ແລະ ລະບຽບການຕ່າງໆ ຂອງລັດ;
11. ຄຸ້ມຄອງ, ບໍລິຫານການເງິນ, ຊັບສິນ ເເລະ ເອກະສານຂອງພະແນກຕົນ ພ້ອມທັງຂຶ້ນແຜນການ, ງົບປະມານ
ແລະ ສະຫຼຸບລາຍງານ ການເຄື່ອນໄຫວວຽກງານຂອງພະແນກຕົນ ຕໍ່ຫົວຫນ້າກົມ ເປັນແຕ່ລະໄລຍະ;
12. ປະຕິບັດຫນ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດຫມາຍ, ລະບຽບການ ແລະ ຕາມການມອບຫມາຍຂອງຫົວຫນ້າກົມ